PVS Consultancy and Auditing Company Limited

PVS Consultancy and Auditing Company Limited Contact information, map and directions, contact form, opening hours, services, ratings, photos, videos and announcements from PVS Consultancy and Auditing Company Limited, Taxi service, Vientiane.

ໃຫ້ບໍລິການທາງດ້ານທີ່ປຶກສາບັນຊີ, ອາກອນ, ກວດສອບ, ສ້າງຕັ້ງ ແລະ ດໍາເນີນທຸລະກິດ
Provide service on accounting, Tax, auditing, handling business incorporation and licensing

[English Below] ພວກ​ເຮົາ​ມີ​ຄວາມ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ປະກາດ​ການ​ຮ່ວມ​ມື​ຢ່າງ​ເປັນ​ທາງ​ການ ລະຫວ່າງ BigWeb ແລະ PVS...
09/07/2026

[English Below] ພວກ​ເຮົາ​ມີ​ຄວາມ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ປະກາດ​ການ​ຮ່ວມ​ມື​ຢ່າງ​ເປັນ​ທາງ​ການ ລະຫວ່າງ BigWeb ແລະ PVS Consultancy!
​ການຮ່ວມມືໃນຄັ້ງນີ້ແມ່ນການຜະສານພະລັງລະຫວ່າງ "ເທັກໂນໂລຊີ" ແລະ "ການບັນຊີ" ເພື່ອຍົກລະດັບການບໍລິການໃຫ້ແກ່ລູກຄ້າຂອງພວກເຮົາ ພາຍໃຕ້ຄຳຂວັນ: "Strong Partnership. Smart Solutions. Shared Success." (ການຮ່ວມມືທີ່ເຂັ້ມແຂງ, ໂຊລູຊັ່ນທີ່ສະຫຼາດ, ຄວາມສຳເລັດຮ່ວມກັນ).
​ພວກເຮົາພ້ອມແລ້ວທີ່ຈະຊ່ວຍຍົກລະດັບທຸລະກິດຂອງທ່ານດ້ວຍ:
✅ Smart Technology (ນະວັດຕະກຳເຕັກໂນໂລຊີທີ່ທັນສະໄໝ)
✅ Digital Transformation (ການປ່ຽນແປງສູ່ລະບົບດີຈິຕອນ)
✅ Secure & Compliant (ຄວາມປອດໄພ ແລະ ມາດຕະຖານທີ່ໜ້າເຊື່ອຖື)
✅ Financial Excellence (ຄວາມເປັນເລີດທາງດ້ານການເງິນ)
​ຂໍຂອບໃຈທຸກທ່ານທີ່ໃຫ້ການສະໜັບສະໜູນ ແລະ ຕິດຕາມຄວາມກ້າວໜ້າຂອງພວກເຮົາ. ມາສ້າງຄວາມສຳເລັດໄປດ້ວຍກັນ!

Exciting News: A Strategic Partnership Announcement! 🤝✨

​We are thrilled to officially announce a strategic partnership between BigWeb and PVS Consultancy!

​This collaboration brings together the power of "Technology" and "Accounting" to provide enhanced value to our clients, guided by our motto: "Strong Partnership. Smart Solutions. Shared Success."

​We are ready to empower your business through:
✅ Smart Technology (Innovate, Automate, Scale)
✅ Digital Transformation (Connect, Integrate, Grow)
✅ Secure & Compliant (Protect, Govern, Assure)
✅ Financial Excellence (Accurate, Efficient, Insightful)
​Thank you for your continued support as we embark on this exciting journey together. Let’s create shared success!

​📍 Vientiane Capital, Lao PDR
📅 09 July 2026

📌 [English Below] ອັບເດດດ່ວນ! ສະຫຼຸບ 4 ຈຸດປ່ຽນແປງສຳຄັນ ໃນກົດໝາຍວ່າດ້ວຍອາກອນລາຍໄດ້ສະບັບໃໝ່ (ເລກທີ 88/ສພຊ)ລັດຖະບານແຫ່ງ ສປປ...
04/07/2026

📌 [English Below] ອັບເດດດ່ວນ! ສະຫຼຸບ 4 ຈຸດປ່ຽນແປງສຳຄັນ ໃນກົດໝາຍວ່າດ້ວຍອາກອນລາຍໄດ້ສະບັບໃໝ່ (ເລກທີ 88/ສພຊ)

ລັດຖະບານແຫ່ງ ສປປ ລາວ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 88/ສພຊ, ລົງວັນທີ 25 ມີຖຸນາ 2025 ເພື່ອປ່ຽນແທນສະບັບເກົ່າ (ເລກທີ 67/ສພຊ). ສໍາລັບໃຜທີ່ເປັນມະນຸດເງິນເດືອນ ຫຼື ຜູ້ປະກອບການ ຕ້ອງຮູ້ໄວ້ເລີຍ! ກັບ 4 ຈຸດປ່ຽນແປງທີ່ສໍາຄັນ:

1️⃣ ເພີ່ມຖານຍົກເວັ້ນອາກອນເງິນເດືອນ 💵
ປ່ຽນຈາກເກົ່າ 1,300,000 ກີບ ເພີ່ມຂຶ້ນເປັນ 2,500,000 ກີບ (ໝາຍຄວາມວ່າ ຖ້າເງິນເດືອນບໍ່ຮອດ 2.5 ລ້ານກີບ ແມ່ນບໍ່ໄດ້ເສຍອາກອນລາຍໄດ້ແລ້ວເດີ້!).

2️⃣ ປັບເພີ່ມອັດຕາອາກອນ ຄ່ານາຍໜ້າ & ທີ່ປຶກສາ 📈
ລາຍໄດ້ຈາກຄ່ານາຍໜ້າ, ຄ່າທີ່ປຶກສາ ແລະ ບໍລິການອື່ນໆ ປັບເພີ່ມຈາກ 5% ເປັນ 10%.

3️⃣ ອາກອນກຳໄລ ຈຸນລະວິສາຫະກິດ (Micro Enterprises) 🏢
ກຳນົດອັດຕາອາກອນກຳໄລຈະເກັບຢູ່ທີ່ 5%.

4️⃣ ປ່ຽນກຳນົດເວລາແຈ້ງເສຍອາກອນກຳໄລວິສາຫະກິດ 🗓️
ຫຼຸດຜ່ອນຂັ້ນຕອນ ເຮັດໃຫ້ສະດວກຂຶ້ນ! ຈາກເກົ່າທີ່ຕ້ອງແຈ້ງ 2 ຄັ້ງຕໍ່ປີ ປ່ຽນມາເປັນ 1 ຄັ້ງຕໍ່ປີ.

(ໝາຍເຫດ: ນີ້ແມ່ນການສະຫຼຸບບາງສ່ວນທີ່ສຳຄັນເທົ່ານັ້ນ, ຄວນສຶກສາເພີ່ມເຕີມໃນກົດໝາຍສະບັບເຕັມ)

💬 ໝູ່ເພື່ອນ ຫຼື ຜູ້ປະກອບການທ່ານໃດມີຄວາມຄິດເຫັນແນວໃດກັບກົດໝາຍສະບັບໃໝ່ນີ້? ຄອມເມັ້ນບອກກັນແນ່ເດີ້!

📌 Quick Update! 4 Key Changes in the New Lao Income Tax Law (No. 88/NA)

The Government of the Lao PDR has officially promulgated the New Income Tax Law No. 88/NA, dated June 25, 2025, replacing the previous Law No. 67/NA. Whether you are an employee or a business owner, here are 4 crucial updates you need to know:

1️⃣ Higher Salary Tax Exemption Threshold 💵
The personal income tax exemption threshold has been increased from 1,300,000 LAK to 2,500,000 LAK (Salaries below 2.5M LAK are now exempt from income tax!).

2️⃣ Increased Tax Rate on Commissions & Consulting Fees 📈
The income tax rate for commissions, consulting fees, and other services has been raised from 5% to 10%.

3️⃣ Profit Tax for Micro Enterprises 🏢
The profit tax rate for micro-enterprises is now set at 5%.

4️⃣ Simplified Profit Tax Filing Frequency 🗓️
Ease of doing business! Corporate profit tax filing has been reduced from twice a year to just once a year.

(Note: This is only a partial summary of the key changes. Please refer to the official full text of the law for complete details).

💬 What are your thoughts on these new tax updates? Let us know in the comments below!

[English Below]ອາກອນເຍື້ອນຊຳລະ ແມ່ນຫຍັງ? (ພາສາລາວ)ອາກອນເຍື້ອນຊຳລະ (Deferred Tax) ແມ່ນຫຼັກການທາງບັນຊີທີ່ໃຊ້ເພື່ອປັບຄວາມສົ...
26/06/2026

[English Below]
ອາກອນເຍື້ອນຊຳລະ ແມ່ນຫຍັງ? (ພາສາລາວ)
ອາກອນເຍື້ອນຊຳລະ (Deferred Tax) ແມ່ນຫຼັກການທາງບັນຊີທີ່ໃຊ້ເພື່ອປັບຄວາມສົມດຸນລະຫວ່າງ ບົດລາຍງານການເງິນຂອງບໍລິສັດ ແລະ ໃບແຈ້ງເສຍອາກອນ. ມັນເກີດຂຶ້ນຍ້ອນວ່າ ກົດລະບຽບໃນການຄິດໄລ່ ກຳໄລທາງບັນຊີ (ເຊັ່ນ: ການປະຕິບັດຕາມມາດຕະຖານ IFRS) ແລະ ກົດລະບຽບໃນການຄິດໄລ່ ກຳໄລເພື່ອເສຍອາກອນ (ຕາມກົດໝາຍສ່ວຍສາອາກອນຂອງລັດ) ມັກຈະມີຄວາມແຕກຕ່າງກັນ.

ຄວາມແຕກຕ່າງເຫຼົ່ານີ້ເຮັດໃຫ້ບໍລິສັດອາດຈະຮັບຮູ້ລາຍຮັບ ຫຼື ລາຍຈ່າຍໃນຮອບວຽນໜຶ່ງສຳລັບທາງບັນຊີ, ແຕ່ພັດໄປຮັບຮູ້ໃນອີກຮອບວຽນໜຶ່ງສຳລັບທາງອາກອນ. ຄວາມບໍ່ກົງກັນຂອງເວລານີ້ເຮັດໃຫ້ເກີດມີ ຄວາມແຕກຕ່າງຊົ່ວຄາວ (Temporary differences).

ອາກອນເຍື້ອນຊຳລະ ແບ່ງອອກເປັນ 2 ປະເພດຫຼັກຄື:

ໜີ້ສິນອາກອນເຍື້ອນຊຳລະ (Deferred Tax Liability - DTL): ເກີດຂຶ້ນເມື່ອກຳໄລທາງບັນຊີໃນປັດຈຸບັນ ຫຼາຍກວ່າ ກຳໄລເພື່ອເສຍອາກອນ. ໝາຍຄວາມວ່າ ບໍລິສັດຈ່າຍອາກອນໜ້ອຍລົງໃນປີນີ້, ແຕ່ຈະມີພັນທະຕ້ອງໄດ້ຈ່າຍອາກອນເພີ່ມຂຶ້ນໃນອະນາຄົດເມື່ອຄວາມແຕກຕ່າງຊົ່ວຄາວນັ້ນໝົດໄປ.

ຊັບສິນອາກອນເຍື້ອນຊຳລະ (Deferred Tax Asset - DTA): ເກີດຂຶ້ນເມື່ອກຳໄລເພື່ອເສຍອາກອນໃນປັດຈຸບັນ ຫຼາຍກວ່າ ກຳໄລທາງບັນຊີ. ໝາຍຄວາມວ່າ ບໍລິສັດຈ່າຍອາກອນຫຼາຍກວ່າຄວາມເປັນຈິງໃນປີນີ້, ແຕ່ສາມາດນຳເອົາຜົນປະໂຫຍດນັ້ນໄປຫຼຸດຜ່ອນການຈ່າຍອາກອນໃນປີຕໍ່ໆໄປໄດ້.

What is Deferred Tax? (English)
Deferred tax is an accounting concept used to bridge the gap between a company's financial statements and its tax return. It arises because the rules for calculating accounting profit (following standards like IFRS or GAAP) and the rules for calculating taxable profit (following local tax laws) are often different.

These differences in rules mean a company might recognize income or expenses in one period for accounting purposes, but in a different period for tax purposes. This timing mismatch creates what is called a temporary difference.

Deferred tax ensures that the tax expense reported on the income statement matches the accounting profit earned during that same period. There are two main types:

Deferred Tax Liability (DTL): This occurs when a company's accounting profit is currently higher than its taxable profit. It means the company is paying less tax now, but will owe more tax in the future when the temporary difference reverses.

Deferred Tax Asset (DTA): This occurs when a company's taxable profit is currently higher than its accounting profit. It means the company is paying more tax upfront now but can use this overpayment to reduce its tax bill in future years.

👧👦ຊົມເຊີຍວັນເດັກນ້ອຍສາກົນ 1 ມິຖຸນາ!ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ບໍລ...
01/06/2026

👧👦ຊົມເຊີຍວັນເດັກນ້ອຍສາກົນ 1 ມິຖຸນາ!

ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ ຂໍສົ່ງຄວາມຮັກ, ຄວາມອົບອຸ່ນ ແລະ ຄວາມປາດຖະໜາດີອັນປະເສີດ ມາຍັງນ້ອງນ້ອຍເຍົາວະຊົນ ແລະ ເດັກນ້ອຍທຸກໆຄົນ.

ເດັກນ້ອຍໃນມື້ນີ້ ຄືອະນາຄົດທີ່ສົດໃສ ແລະ ເປັນກຳລັງແຮງທີ່ສຳຄັນຂອງຊາດໃນມື້ໜ້າ. ໃນມື້ທີ່ພິເສດນີ້ ທາງບໍລິສັດຂອງພວກເຮົາ ຂໍອວຍພອນໄຊໃຫ້ຫຼານນ້ອຍທຸກຄົນ:

ຈົ່ງມີແຕ່ຄວາມສຸກ, ເບີກບານມ່ວນຊື່ນສົມໄວ ແລະ ມີສຸຂະພາບພະລານາໄມທີ່ແຂງແຮງ.

ເປັນເດັກດີຂອງພໍ່ແມ່, ເປັນລູກສິດທີ່ດີຂອງຄູອາຈານ.

ຕັ້ງໃຈສຶກສາຮໍ່າຮຽນ ແລະ ເຕີບໃຫຍ່ກາຍເປັນຊັບພະຍາກອນບຸກຄົນທີ່ມີຄຸນນະພາບ ເພື່ອເປັນເສົາຄ້ຳໃນການພັດທະນາປະເທດຊາດໃນອະນາຄົດ.

ດ້ວຍຄວາມຮັກແພງ ແລະ ປາດຖະໜາດີຢ່າງເລິກເຊິ່ງ,

ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ

📢 ປະກາດຮັບສະໝັກນັກສຶກສາຝຶກງານ (ໄລຍະພັກຮຽນ)ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ (PVS Consultancy and Auditing Co., ...
17/05/2026

📢 ປະກາດຮັບສະໝັກນັກສຶກສາຝຶກງານ (ໄລຍະພັກຮຽນ)

ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ (PVS Consultancy and Auditing Co., Ltd) ຍິນດີຕ້ອນຮັບນ້ອງໆນັກສຶກສາ ທີ່ຕ້ອງການຫາປະສົບການເຮັດວຽກຕົວຈິງໃນໄລຍະພັກຮຽນ ເພື່ອເຂົ້າມາຮ່ວມຝຶກງານ ແລະ ພັດທະນາທັກສະນຳທີມງານມືອາຊີບຂອງພວກເຮົາ!

📌 ເງື່ອນໄຂຜູ້ສະໝັກ:

💙 ກຳລັງສຶກສາໃນສາຂາວິຊາທີ່ຕິດພັນກັບ ບັນຊີ-ການເງິນ

💙 ກຳລັງສຶກສາຢູ່ຊັ້ນ ປີທີ 2 ຂຶ້ນໄປ

📁 ເອກະສານປະກອບການສະໝັກ:

💙 ສຳເນົາບັດນັກສຶກສາ

💙 ໜັງສືຢັ້ງຢືນ (ໜັງສືສະເໜີຂໍຝຶກງານ) ຈາກສະຖາບັນການສຶກສາ

💙 ສຳເນົາບັດປະຈຳຕົວ

📍ທີ່ຕັ້ງຫ້ອງການ:
ອາຄານຕະຫຼາດທົ່ງຂັນຄໍາ ຊັ້ນ 3, ບ້ານທົ່ງຂັນຄໍາ, ເມືອງ ຈັນທະບູລີ,
ນະຄອນຫຼວງວຽງຈັນ

📞 ຊ່ອງທາງການຕິດຕໍ່ ແລະ ສົ່ງເອກະສານ:
ສາມາດສົ່ງເອກະສານສະໝັກ (File PDF) ຫຼື ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:

Email: [email protected]

WhatsApp: +856 20 56 169 911

Website: www.pvs-laos.com

ມາຮ່ວມເປີດປະສົບການ ແລະ ກຽມຄວາມພ້ອມສູ່ການເຮັດວຽກໃນອະນາຄົດໄປນຳກັນ!

[English Below] ​📊 ໝົດຄວາມກັງວົນເລື່ອງວຽກງານບັນຊີ ແລະ ເອກະສານອາກອນ! 📊​ໃຫ້ ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບຈໍາກັດ ເປັນ...
16/05/2026

[English Below] ​📊 ໝົດຄວາມກັງວົນເລື່ອງວຽກງານບັນຊີ ແລະ ເອກະສານອາກອນ! 📊

​ໃຫ້ ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບຈໍາກັດ ເປັນຜູ້ຊ່ວຍເຫຼືອທຸລະກິດຂອງທ່ານ ໃຫ້ດໍາເນີນໄປຢ່າງຖືກຕ້ອງ. ພວກເຮົາພ້ອມໃຫ້ບໍລິການດ້ວຍທີມງານມືອາຊີບ ທີ່ມີປະສົບການໂດຍກົງ:

​✨ ບໍລິການຂອງພວກເຮົາ:
1️⃣ ບັນທຶກບັນຊີ ແລະ ສ້າງເອກະສານລາຍງານການເງິນ – ຖືກຕ້ອງ ຕາມມາດຕະຖານ.
2️⃣ ຕໍ່ໃບຢັ້ງຢືນການມອບອາກອນ – ດໍາເນີນການໄວ ບໍ່ຕ້ອງເສຍເວລາ.
3️⃣ ຕໍ່ໃບຕິດຕາມຖືບັນຊີ – ຄົບຖ້ວນ ຖືກຕ້ອງຕາມລະບຽບການ.
4️⃣ ຕໍ່ໃບອະນຸຍາດນໍາໃຊ້ໃບເກັບເງິນອີເລັກໂຕຣນິກ – ຮອງຮັບລະບົບທັນສະໄໝ.

​ບອກລາບັນຫາເອກະສານທີ່ຊັບຊ້ອນ ແລ້ວເອົາເວລາໄປໂຟກັດກັບການຂະຫຍາຍທຸລະກິດຂອງທ່ານ!

​📩 ສົນໃຈຮັບຄໍາປຶກສາ ຫຼື ໃຊ້ບໍລິການ ຕິດຕໍ່ຫາພວກເຮົາໄດ້ທີ່:

📞 ໂທ/WhatsApp: 020 56 169 911
📍 ທີ່ຕັ້ງຫ້ອງການ: ອາຄານຕະຫຼາດທົ່ງຂັນຄໍາ ຊັ້ນ 3, ບ້ານທົ່ງຂັນຄໍາ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
🌐 Website: www.pvs-laos.com
💬 ຫຼື ສົ່ງຂໍ້ຄວາມເຂົ້າ Inbox ເພື່ອສອບຖາມໄດ້ທັນທີ!

📊 Say Goodbye to Accounting and Tax Paperwork Worries! 📊

​Let PVS Consultancy and Auditing Co., Ltd. be your business partner, ensuring your operations are accurate and smooth. Our professional team is ready to serve you with direct expertise:

​✨ Our Services:
​1️⃣ Bookkeeping & Financial Statement Preparation – Accurate and compliant with standards.
​2️⃣ Tax Payment Certificate Renewal – Fast processing to save you time.
​3️⃣ Accounting License Renewal – Complete and compliant with all regulations.
​4️⃣ E-Invoice Authorization Renewal – Supporting modern digital systems.
​Say goodbye to complex paperwork and focus your time on growing your business!

​📩 Interested in a consultation or our services? Contact us at:
​📞 Tel/WhatsApp: +856 20 5616 9911
​📍 Office Location: 3rd floor of Thongkhankham Mall, Thongkhankham Village, Chanthabouly District, Lao PDR
​🌐 Website: www.pvs-laos.com
​💬 Or send a message to our Inbox for an immediate inquiry!

​ #ບໍລິການບັນຊີ #ກວດສອບບັນຊີ #ອາກອນ #ໃບບິນອີເລັກໂຕຣນິກ #ທຸລະກິດລາວ

[English below] ມື້ນີ້ ຕົວແທນຈາກ ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ (PVS Consultancy and Auditing Co., Ltd) ໄດ້ເ...
15/05/2026

[English below] ມື້ນີ້ ຕົວແທນຈາກ ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ (PVS Consultancy and Auditing Co., Ltd) ໄດ້ເຂົ້າຮ່ວມ "ກອງປະຊຸມສຳມະນາ ກ່ຽວກັບການຕິດຕາມກວດກາ ຂະແໜງການນັກບັນຊີ ແລະ ນັກກວດສອບ" ທີ່ນະຄອນຫຼວງວຽງຈັນ.
​ກອງປະຊຸມສຳຄັນນີ້ ຈັດຂຶ້ນໂດຍ ສຳນັກງານຂໍ້ມູນຂ່າວສານຕ້ານການຟອກເງິນ (AMLIO) ຮ່ວມກັບ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ເຊິ່ງເປັນການອັບເດດຂໍ້ມູນ ແລະ ລະບຽບການໃໝ່ໆ ທີ່ສຳຄັນຕໍ່ວິຊາຊີບຂອງພວກເຮົາ.

​ພວກເຮົາ ພີວີເອັສ ມຸ່ງໝັ້ນພັດທະນາບຸກຄະລາກອນ ແລະ ຍົກລະດັບມາດຕະຖານການເຮັດວຽກຢູ່ສະເໝີ ເພື່ອຮັບປະກັນວ່າລູກຄ້າຂອງພວກເຮົາຈະໄດ້ຮັບການບໍລິການດ້ານບັນຊີ ແລະ ການກວດສອບ ທີ່ຖືກຕ້ອງ, ໂປ່ງໃສ ແລະ ໄດ້ມາດຕະຖານທີ່ສຸດ! 💼✨

PVS Consultancy and Auditing Co., Ltd attended the "Accountants and Auditors Sectors Supervision Workshop" in Vientiane Capital.
​This important event, organized by AMLIO and ILSTA, provided valuable updates on the latest regulatory frameworks and supervision guidelines for our industry.

​At PVS, we are dedicated to continuous professional development and upholding the highest standards in our practice. Staying informed ensures we continue to deliver accurate, transparent, and top-tier accounting and auditing services to our clients! 💼✨
​ຊ່ອງທາງຕິດຕໍ່ / Contact Us:
📞 WhatsApp: +856 20 56 169 911
📧 Email: [email protected]
🌐 Website: www.pvs-laos.com

ຂອບແນວຄິດການລາຍງານທາງດ້ານການເງິນແມ່ນຫຍັງ?ແມ່ນຊຸດຂອງມາດຕະຖານ, ກົດລະບຽບ ແລະ ແນວທາງທີ່ນຳໃຊ້ເພື່ອຄວບຄຸມການບັນທຶກ, ການວັດແທກ,...
10/05/2026

ຂອບແນວຄິດການລາຍງານທາງດ້ານການເງິນແມ່ນຫຍັງ?

ແມ່ນຊຸດຂອງມາດຕະຖານ, ກົດລະບຽບ ແລະ ແນວທາງທີ່ນຳໃຊ້ເພື່ອຄວບຄຸມການບັນທຶກ, ການວັດແທກ, ການນຳສະເໜີ ແລະ ການເປີດເຜີຍຂໍ້ມູນໃນເອກະສານລາຍງານການເງິນ.

ລາຍລະອຽດເພີ່ມເຕີມ: https://pvs-laos.com/the-financial-reporting-framework/

What is the Financial Reporting Framework?

The Financial Reporting Framework is a structured set of accounting standards, rules, and guidelines used to govern the recognition, measurement, presentation, and disclosure of information in financial statements.

For more information: https://pvs-laos.com/the-financial-reporting-framework/

[English Below] ໃນວັນທີ 05 ພຶດສະພາ 2026 ບໍລິສັດ ພີວີເອັສ ທີ່ປຶກສາ ແລະ ກວດສອບ ຈຳກັດ ໄດ້ຮັບໃບຍ້ອງຍໍຈາກສະພາວິຊາຊີບບັນຊີ ໃນກ...
08/05/2026

[English Below] ໃນວັນທີ 05 ພຶດສະພາ 2026 ບໍລິສັດ ພີວີເອັສ ທີ່ປຶກສາ ແລະ ກວດສອບ ຈຳກັດ ໄດ້ຮັບໃບຍ້ອງຍໍຈາກສະພາວິຊາຊີບບັນຊີ ໃນການປະກອບສ່ວນພັນທະສະມາຊິກຢ່າງດີເດັ່ນ.
​ພວກເຮົາພ້ອມແລ້ວທີ່ຈະກ້າວໄປຂ້າງໜ້າດ້ວຍຄວາມເປັນມືອາຊີບ ເພື່ອຮ່ວມສ້າງສັງຄົມວິຊາຊີບບັນຊີລາວໃຫ້ເຕີບໃຫຍ່ ແລະ ຍືນຍົງ.

On 05 May 2026 PVS Consulting and Audit Co., Ltd is proud to be recognized by the LCPAA with a Certificate of Appreciation for our outstanding professional contributions.
​We are dedicated to driving the accounting and auditing industry forward with professionalism and integrity.

#ໃບຍ້ອງຍໍ

Address

Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+8562056169911

Alerts

Be the first to know and let us send you an email when PVS Consultancy and Auditing Company Limited posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to PVS Consultancy and Auditing Company Limited:

Shortcuts

Share

Category